ທ່ານ  ນາງ ວຽງທອງ ສີພັນດອນ ໂອ້ລົມພະນັກງານ ສານປະຊາຊົນເຂດ II

ທ່ານ  ນາງ ວຽງທອງ ສີພັນດອນ ໂອ້ລົມພະນັກງານ ສານປະຊາຊົນເຂດ II
ທ່ານ  ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກປະທານສານປະຊາຊົນສູງສຸດ ໄດ້ໂອ້ລົມພະນັກງານ -ສະມາຊິກພັກ ຂອງສານປະຊາຊົນເຂດ II ທີ່ເມືອງຊຽງຄໍ້ ແຂວງຫົວພັນ ເມື່ອບໍ່ດົນມານີ້ໂດຍການຕ້ອນຮັບຂອງທ່ານ  ວົງໄຊ ຍະສິງທອນກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງເມືອງຊຽງຄໍ້, ທ່ານ  ພອນສຸກ ທອງສົມບັດກຳມະການພັກແຂວງປະທານສານປະຊາຊົນເຂດIIແຂວງ ຫົວພັນ ມີຫົວໜ້າຄະນະສານ ແລະ ພະນັກງານ ຈາກສານປະຊາຊົນສູງສຸດເຂົ້າຮ່ວມ.
ໃນການພົບປະໂອ້ລົມ ພະນັກງານຫຼັກແຫຼ່ງຂອງສານປະຊາຊົນເຂດ II ແຂວງຫົວພັນ ຄັ້ງນີ້ ກ່ອນອື່ນທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານ-ສະມາຊິກພັກ ຂອງສານ  ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກຂາດເຂີດທາງດ້ານພາຫະນະ, ອຸປະກອນຮັບໃຊ້ ລວມເຖິງຈໍານວນຜູ້ພິພາກສາທີ່ສາມາດຂຶ້ນບັນລັງຕັດສິນຄະດີ ທີ່ມີຈຳກັດ ບວກກັບສະພາບພື້ນທີ່ພູມສັນຖານທີ່ຫ່າງໄກ ໄດ້ສ້າງຄວາມຫຍຸ້ງຍາກໃນການເຂົ້າເຖິງສະຖານທີ່ຂໍ້ຂັດແຍ່ງ ເພື່ອກວດກາ ແລະ ເກັບກຳຂໍ້ມູນ, ແຕ່ທຸກຄົນໄດ້ພ້ອມພຽງຮຽງໜ້າກັນຕັດສິນໃຈສູງໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຮັບຜິດຊອບ 3 ເມືອງ ຄື: ເມືອງຊຽງຄໍ້, ເມືອງແອນ ແລະ ເມືອງສົບເບົາ, ສະແດງອອກໃນການນໍາພາແກ້ໄຂຄະດີ ໃນ ປີ 2023 ສະຫຼຸບເບື້ອງຕົ້ນ ປະຕິບັດໄດ້ 100% ໃນຈຳນວນຄະດີ 15 ເລື່ອງ (ອາຍາ 5 ເລື່ອງ, ແພ່ງ 8 ເລື່ອງ, ຄອບຄົວ 2 ເລື່ອງ), ຕັດສິນແລ້ວ ມີການຂໍອຸທອນພຽງ 1 ເລື່ອງ. 
ຕໍ່ຜົນງານແລະຜົນສຳເລັດ ທີ່ຄະນະພັກ-ຄະນະນຳເມືອງ, ອົງການບໍລິຫານຂັ້ນເມືອງ, ສານປະຊົນເຂດ II ຍາດມາໄດ້ ແຕ່ເພື່ອເປັນທິດທາງໃນຕໍ່ໜ້າ ໂດຍສະເພາະຄະນະປະທານສານປະຊາຊົນເຂດ II ນໍາໄປຄົ້ນຄວ້າ ແລະ ຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານ ໃນຕໍ່ໜ້າ ດັ່ງນີ້:1.    ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໂດຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງລັດ ໃຫ້ບັນດາຖັນແຖວສະມາຊິກພັກ-ພະນັກງານ ຢ່າງເປັນກະຕິ, ສາມາດກໍາແໜ້ນທາດແທ້ຊົນຊັ້ນ ແລະ ຄຸນສົມບັດສິນທໍາປະຕິວັດ ໄປຄຽງຄູ່ກັບການຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ສ້າງພະນັກງານໃຫ້ມີຄວາມຊໍານານງານ ກາຍເປັນມືອາຊີບໃນການຄົ້ນຄວ້າພິຈາລະນາຄະດີ, ປະຕິບັດຈັນຍາບັນ-ຈັນຍາທໍາໃນອາຊີບ ຢ່າງເຂັ້ມງວດ, 2.ເອົາໃຈໃສ່ພັດທະນາສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ; ການກໍ່ສ້າງ ແລະ ຂະຫຍາຍພັກ ໃຫ້ປະຕິບັດສອດຄ່ອງກັບກົດລະບຽບຂອງພັກ ຢ່າງເຂັ້ມງວດ, 3.    ປັບປຸງແບບແຜນນໍາພາ, ວິທີເຮັດວຽກງານໃນລະບົບສານປະຊາຊົນ ຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ, ມີການສຳຫຼວດກວດກາ ຢ່າງເປັນປົກກະຕິ ເພື່ອຖອດຖອນບົດຮຽນ ເປັນແຕ່ລະໄລຍະ, 4.    ເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານດ້ານວິຊາສະເພາະ ໂດຍເລັ່ງໃສ່ກໍ່ສ້າງ ຈ່າສານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາ ໃຫ້ມີຄຸນນະພາບ, ມີຄວາມຮູ້ຄວາມສາມາດດ້ານວຽກງານວິຊາສະເພາະ, ມີຄຸນນະທຳ, ຈັນຍາບັນ-ຈັນຍາທຳ; ສ້າງໃຫ້ໄດ້ ຜູ້ພິພາກສາດີ-ເກັ່ງ ໃນສານປະຊາຊົນແຂວງ ແລະ ບັນດາສານເຂດ, 5.    ເອົາໃຈໃສ່ຕິດຕາມ, ກວດກາ ການປະຕິບັດໜ້າທີ່ ຂອງສະມາຊິກພັກ, ພະນັກງານ ຢູ່ສານແຕ່ລະຂັ້ນໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ; ປະຕິບັດມາດຕະການເຂັ້ມງວດ ແລະ ເດັດຂາດ ຕໍ່ສະມາຊິກພັກ-ພະນັກງານທີ່ລະເມີດກົດໝາຍ, 6.ເອົາໃຈໃສ່ເກັບກໍາຂໍ້ມູນຫຼັກຖານຂໍ້ເທັດຈິງ ມາຄົ້ນຄວ້າ ພິຈາລະນາຮ່ວມກັນລະຫວ່າງອົງການດໍາເນີນຄະດີຕາມຂະບວນຍຸຕິທຳ (ເຈົ້າໜ້າທີ່ ປກສ, ອົງການໄອຍະການ, ເຈົ້າໜ້າທີ່ປະຕິບັດຄໍາຕັດສິນຂອງສານ) ລວມທັງອຳນາດການປົກຄອງເມືອງ ເພື່ອປຶກສາຫາລື, ຍາດແຍ່ງຄວາມຄິດເຫັນ ສ້າງຄວາມເປັນເອກະພາບໃນການຕົກລົງແກ້ໄຂບັນຫາຄະດີຕ່າງໆ. 
ໃນກອງປະຊຸມ ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ປະກາດແຕ່ງຕັ້ງຜູ້ພິພາກສາ ຊັ້ນ I ຂອງສານປະຊາຊົນ ແຂວງຫົວພັນ ແລະ ແຂວງຊຽງຂວາງ
  ຂ່າວ-ພາບ:ອານຸພົນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ